ທ່ານ ທອງບາງ ຈັນທະວີລາດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຊີ້ນຳກຸ່ມ 4 ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ສຳເລັດໂຄງການການສ້ອມແປງເສັ້ນທາງດີນແດງ ເຂົ້າບ້ານປາກຊອນ ແລະ ບ້ານພັດທະນາງົວແດງ ລວມໄລຍະຍາວ 7 ກິໂລແມັດ, ໂດຍແມ່ນທຶນຂອງພໍ່ແມ່ປະຊາຊົນທັງ 2 ບ້ານ ມູນຄ່າ 200 ລ້ານກວ່າກີບ. ແຕ່ຍັງມີເສັ້ນທາງທີ່ເຊື່ອມຈອດໄປມາຫາສູ່ ລະຫວ່າງ ບ້ານໃກ້ຄຽງໂດຍສະເພາະແມ່ນບ້ານພັດທະນາບ້ານເດື່ອ. ນັບວ່າເປັນເສັ້ນທາງໜຶ່ງທີ່ມີຄວາມສຳຄັນເອື້ອອຳນວຍຄວາມສະດວກໃຫ້ກັບພໍ່ແມ່ປະຊາຊົນພາຍໃນກຸ່ມບ້ານແຫ່ງດັ່ງກ່າວຢ່າງຮອບດ້ານແຕ່ໃດມາ.
ສາເຫດຍ້ອນເປັນເສັ້ນທາງດີນແດງບໍ່ທົນທານຕໍ່ກັບສະພາບແວດລ້ອມບວກກັບການນໍາໃຊ້ຍານພາຫະນະເຂົ້າໃນຂະບວນການຜະລິດຂອງພໍ່ແມ່ປະຊາຊົນ ໃນຊ້ວງລະດູຝົນ.ຈຶ່ງເຮັດໃຫ້ເສັ້ນທາງແຫ່ງນີ້ເກິດມີສະພາບເປ້ເພ, ເສຍຫາຍ ແລະ ສ້າງຄວາມຫຍຸ້ງຍາກທາງດ້ານການຄົມມະນາຄົມກໍ່ຄືການສັນຈອນໄປ-ມາຂອງພໍ່ແມ່ປະຊາຊົນ. ດັ່ງນັ້ນ, ທາງຄະນະພັກຮາກຖານກຸ່ມ ແລະ ອຳນາດການປົກຄອງບ້ານພ້ອມດ້ວຍພໍ່ແມ່ປະຊາຊົນ 2 ຄຸ້ມບ້ານ ຄື: ຄຸ້ມບ້ານເດື່ອເໜືອ ແລະ ຄຸ້ມເດື່ອໃຕ້ ຈຶ່ງໄດ້ຮ່ວມກັນຄົ້ນຄວ້າປຶກສາຫາລື ພ້ອມທັງເປັນເອກກະພາບຮ່ວມກັນສົມທົບທຶນມູນຄ່າ 210 ລ້ານກີບ, ເຂົ້າໃນການບູລະນະສ້ອມແປງເສັ້ນທາງເຂົ້າບ້ານກໍ່ຄື ເລີ່ມແຕ່ຈຸດຄຸ້ມ - ບ້ານ ແກ້ງແກວ ທີ່ຂື້ນກັບບ້ານພັດທະນາງົວແດງ ລະຫວ່າງ ຊາຍແດນເຊື່ອມຈອດກັບບ້ານ ເດື່ອໃຕ້ ໄລຍະຍາວກວ່າ 6 ກິໂລແມັດ, ຈົນເຖີງປ້າຍທາງເຂົ້າບ້ານພັດທະນາບ້ານເດືື່ອ, ນອກຈາກນັ້ນ ຍັງໄດ້ສ້ອມແປງເສັ້ນທາງເຂົ້າຮ່ອມຊອຍພາຍໃນ 2 ຄຸ້ມຄວາມຍາວ 2 ກິໂລແມັດ, ໂດຍບໍລິສັດລັດກໍ່ສ້າງຊົນນະປະທານເປັນຜູ້ສຶບຕໍ່ຮັບເໝົາສ້ອມແປງ ປັດຈຸບັນໂຄງການສ້ອມແປງເສັ້ນທາງຄຸ້ມບ້ານເດື່ອ ເໜືອ - ບ້ານຄຸ້ມເດື່ອໃຕ້ ແຫ່ງນີ້ພວມຢູ່ໃນໄລຍະຂຸ້ນຂ້ຽວ ຄາດວ່າຈະໃຫ້ໄດ້ນຳໃຊ້ຢ່າງສະດວກສະບາຍໃນກາງເດືອນ ມັງກອນ 2018 ນີ້
ຖວທ ເມືອງຊະນະສົມບູນ
Editor: ກຳປານາດ ລັດຖະເຮົ້າ